6/30/2562

ສະຖາບັນການເງີນ ຈຸລະພາກທີ່ບໍ່ຮັບເງີນຝາກ ຊັບທະວີ ຈຳກັດ ຕ້ອງການພະນັກງານຫຼາຍຕຳແໜ່ງ.




    ອີງຕາມການຂະຫຍາຍຕົວຂອງທຸລະກິດ ແລະ ສະຖາບັນການເງີນ ຊັບທະວີ ໃນໄລຍະປັດຈຸບັນ, ດັ່ງນັ້ນຈື່ງຕ້ອງການ 


ພະນັກງານ ເພີ່ມອີກຈຳນວນ 06 ຕຳແໜ່ງ. ເງີນເດືອນເລີ່ມຕົ້ນ 1,800,000-4,000,000 ກິບລາຍລະອຽດດັ່ງລຸ່ມນີ້:
ຕຳແໜ່ງທີ່ຕ້ອງການ
1.     ພະນັກງານ ສີນເຊື່ອ               ຈຳນວນ 03 ຕຳແໜ່ງ.
2.    ພະນັກງານ ບັນຊີ-ການເງີນ       ຈຳນວນ 01 ຕຳແໜ່ງ.
3.    ພະນັກງານ ກວບສອບບັນຊີ     ຈຳນວນ 01 ຕຳແໜ່ງ.
4.    ພະນັກງານ ການຕະຫຼາດ         ຈຳນວນ 01 ຕຳແໜ່ງ.
ເງື່ອນໄຂຜູ້ສະໝັກ:
-      ວຸດທີການສືກສາຈົບ ຊັ້ນສູງ, ປະລີນຍາຕີ ແລະ ປະລີນຍາໂທ ສາຂາການເງີນການທະນະຄານ, ເສດຖະສາດ ແລະ ການຄ້າ, ເສດຖະສາດແຜນການ ແລະ ການເງີນ, ຄຸ້ມຄອງ ແລະ ປະລິຫານທຸລະກິດ, ບໍລິຫານຊັບພະຍາກອນມະນຸດ ແລະ ການຕະຫຼາດ.
-      ສາມາດອ່ານ, ເວົ້າ ແລະ ຟັງພາສາອັງກິດໄດ້ໃນລະດັບດີ.
-      ຄວາມຮູ້ ແລະ ປະສົບການກ່ຽວກັບການບໍລິຫານ, ວຽກງານສີນເຊື່ອ, ບັນຊີ-ການເງີນ, ກວບສອບ-ບັນຊີ ແລະ ການຕະຫຼາດ.
-      ປະສົບການໃນຂົງເຂດການເງີນ ຈຸລະພາກຢ່າງໜ້ອຍ 1 ປີ ແລະ ຂົງເຂດວຽກງານຕ່າງໆທີ່ກ່ຽວຂ້ອງ.
-      ມີທັກສະການເຮັດເປັນທີມ, ເຈລະຈາ ແລະ ການມອບໝາຍວຽກ.
-      ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ມອບໝາຍ, ມີຄວາມຮັບຜິດຊອບສູງ, ກະຕືລືລົ້ນຕໍ່ໜ້າວຽກງານ, ຊື່ສັດຕໍ່ໜ້າວຽກ, ເປັນຄົນມັກຄວາມທ້າທາຍ ແລະ ຄວາມກ້າວໜ້າ.
-      ຮູ້ນຳໃຊ້ຄອມພີວເຕີ, ອີນເຕີເນັດ ແລະ ເຄື່ອງມື ICT ຂັ້ນພື້ນຖານ.
-      ຖ້າວ່າມີປະສົບການໃນຂົງເຂດ ວຽກງານທີ່ກ່ຽວຂອງຈະພິຈາລະນາພິເສດ.
-      ມີອາຍຸ 18-30 ປີ.
ຄວາມສາມາດ:
-     ນຳໃຊ້ຄອມພີວເຕີ Microsoft Office  and Internet ລະດັບດີ.
-     ສາມາດອ່ານ, ເວົ້າ ແລະ ຟັງພາສາອັງກິດໄດ້ໃນລະດັບປານກາງຂື້ນໄປ, ຮຽນຮູ້ໄດ້ໄວ, ສາມາດຮຽນຮູ້ດ້ວຍຕົນເອງ.
-     ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ມອບໝາຍ, ມີຄວາມຮັບຜິດຊອບສູງ, ກະຕືລືລົ້ນຕໍ່ໜ້າວຽກງານ, ຊື່ສັດຕໍ່ໜ້າວຽກ  ແລະ ຕົງຕໍ່ເວລາ.
ເອກະສານປະກອບມີ:
ຊີວະປະຫວັດຫຍໍ້, ໃບປະກາດ ຫຼື ໃບຢັ້ງຢືນການສືກ(ສຳເນົາ), ໃບຄະແນນ(ສຳເນົາ), ໃບແຈ້ງໂທດບໍ່ເກີນ 03 ເດືອນ, ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ສຳມະໂນຄົວ (ສຳເນົາ), ໃບຜ່ານງານ(ຖ້າມີ) ແລະ ຮູບຂະໜາດ 3x4 (ຈຳນວນ 01ໃບ)
ຮັບແບບຟອມສະໝັກ:
-     ທີ່ສະຖາບັນການເງີນ ຊັບທະວີ ອາຄານເລກທີ່: 0001, ຖະໜົນສີໄຄ, ດ້ານຂ້າງຕະຫຼາດສີໄຄ, ນະຄອນຫຼວງວຽງຈັນ
-     ວັນຈັນ ຫາ ວັນເສົາ ເວລາ 8:00ໂມງ ຫາ 17:00 ໂມງ.
-     ເປິດຮັບສະໝັກວັນທີ 01/07/2019, ປິດສະໝັກ 11/07/2019 ນີ້ເທົ່ານັ້ນ.
-     ເບີໂທ: +856-21-520722, +856-21-263222, +856-20-29822997
-     E-mail: sapthavy@gmail.com
-     Website: www.sapthavy.com.la

            AJL ຊອກວຽກພາຍໃນ ແລະ ຕ່າງປະເທດ ຢ່າງຈ່າຍດາຍ ສະດວກສະບາຍ ວ່ອງໄວ ທັນໃຈ




ไม่มีความคิดเห็น:

แสดงความคิดเห็น